ຂ້າພະເຈົ້າມີຄວາມປາດຖະໜາຢ່າງແຮງກ້າ ທີ່ຢາກເຫັນວຽກງານສາທາລະນະສຸກຂອງລາວເຮົາ
ໄດ້ຖືກຍົກລະດັບການບໍລິການຄົນເຈັບໃຫ້ມີມາດຕະຖານ ແລະ ຄຸນນະພາບສູງຍິ່ງໆຂື້ນ.
ໃນຂະນະທີ່ ສະພາບຄວາມທ້າທາຍ ແລະ ຄວາມຜັນຜວນທາງດ້ານເສດຖະກິດ ມີການປ່ຽນແປງຢູ່ຕະຫຼອດເວລາ
ການປະຍຸກໃຊ້ເຄື່ອງມືທີ່ດີ ຈື່ງນັບວ່າເປັນສິ່ງສຳຄັນ ເພື່ອຊ່ວຍຈັດການວຽກງານໃຫ້ເປັນໄປຕາມເປົ້າໝາຍຕາມທີ່ຕ້ອງການ
ພວກເຮົາຂໍເປັນສ່ວນໜື່ງໃນພາລະກິດ:
"ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ດ້ວຍເທັກໂນໂລຢີ"
ການອຸທິດຕົນຢ່າງແນ່ວແນ່ໃນການພັດທະນາລະບົບ Software ຖືເປັນຮາກຖານສຳຄັນ ທີ່ຈະກໍ່ໃຫ້ເກີດຄວາມສົມບຸນແບບ ຕອບສະໜອງກັບວຽກງານໃນຍຸກສະໄໝປັດຈຸບັນ. ພວກເຮົາໄດ້ທຳການສຶກສາ ທຸກຂັ້ນຕອນການດຳເນີນງານຈາກບັນດານັກວິຊາການຜູ້ເຮັດວຽກຕົວຈິງ ໄປຄວບຄູ່ກັບ ການປະເມີນຄວາມຄາດຫວັງຂອງນັກວິຊາການເຫຼົ່ານັ້ນ ມາສ້າງເປັນບັນທັດຖານ ໃນການອອກລະບົບຊອັບແວຣ ໃຫ້ມີຄວາມສະດວກ-ສະບາຍ ແລະ ໄດ້ຮັບຜົນປະໂຫຍດສູງສຸດຈາກການຊົມໃຊ້.
ການສ້າງຕັ້ງບໍລິສັດ ນະທີເທັກ ຈຳກັດຜູ້ດຽວ ຖືກສ້າງຕັ້ງຂື້ນໃນກາງປີ 2024, ມີຫ້ອງການຕັ້ງຢູ່ ໜ່ວຍ 29, ບ້ານຊ້າງຄູ້, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ໂດຍໄດ້ຮັບການອະນຸມັດ ຈາກເຈົ້າໜ້າທີ່ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ, ໃບທະບຽນວິສາຫະກິດເລກທີ 2461/ຈທວ, ລົງວັນທີ 09 ກໍລະກົດ 2024 ແລະ ໄດ້ຮັບໃບອະນຸຍາດດຳເນີນທຸລະກິດ ເຕັກໂນໂລຢີ ແລະ ການສື່ສານ ສະບັບເລກທີ 133-2024/ຂດຕ.ພຕສ, ລົງວັນທີ 20 ສິງຫາ 2024.
ວິໃສທັດ
ເພີ່ມຄວາມເຂັ້ມແຂງ ສາທາລະນະສຸກ ດ້ວຍເທັກໂນໂລຢີ
Enabling Healthcare Through Technology
+ Networking: ເຊື່ອມໂຍງໃຫ້ຜູ້ໃຊ້ ເຂົ້າເຖິງໄດ້ສະດວກສະບາຍ
+ Automation: ສ້າງລະບົບປະຕິບັດການອັດຕະໂນມັດ ຫຼຸດຜ່ອນຊັບພະຍາກອນ
+ Transformation: ປະຕິຮູບຂະບວນການເັຮດວຽກຊັບຊ້ອນ ໃຫ້ເປັນລະບົບທັນສະໄໝ
+ Human Use Friendly: ອອກແບບໃຫ້ມີຄວາມສະດວກສະບາຍ ສຳລັບຜູ້ນຳໃຊ້
+ Ethical Responsibility: ມີຈັນຍາບັນຄວາມຮັບຜິດຊອບຕໍ່ວຽກງານ
+ Ensure Sustainable: ຮັບປະກັນຄວາມສະຖຽນ
+ Technical Supporting: ສະໜັບສະໜູນດ້ານເຕັກນິກວິຊາການ
+ Empower Working Process: ເສີມສັກກະຍະພາບ ການດຳເນີນງານ
+ Continue Developing: ສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງ
+ Healthcare Benefit: ເນັ້ນໃຫ້ເກີດປະໂຫຍດທີ່ຄຸ້ມຄ່າ ຕໍ່ວຽກງານປິ່ນປົວ-ຮັກສາສຸຂະພາບ
ບ້ານຊ້າງຄູ້, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ. ໂທລະສັບ +85620 2365 1899
© 2024 NatheeTech. All Rights Reserved.